วันพุธที่ 31 กรกฎาคม พ.ศ. 2556
4/ ປະທານ ໄກສອນ ພົມວິຫານ
ທ່ານໄກສອນພົມວິຫານ ( Mr.Kaysone Phomvihane) (13 ທັນວາຄ.ສ1920 - 21 ພະຈິກຄ.ສ1992) ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວຜູ້ທຳອິດຕັ້ງແຕ່ າ1920 ຢູ່ບ້ານນາເຊັງເມືອງຄັ22 ມີນາ 1955 ເກີດເມື່ອວັນທີ່13 ທັນວນທະບູລີປັດຈຸບັນແມ່ນເມືອງໄກສອນພົມວິຫານ ແຂວງສະຫວັນນະເຂດ ຫລັງຈາກສະຖາປະນາສາທາລະນະລັດປະຊາທິປະໄຕປະຊາຊົນລາວໃນວັນທີ2 ທັນວາຄ.ສ1975 ໂດຍທີ່ ທ່ານສຸພານຸວົງ ເປັນປະທານປະເທດແລະທ່ານໄກສອນພົມວິຫານເປັນນາຍົກລັດຖະມົນຕີຜູ້ທຳອິດແລະຕໍ່ມາທ່ານໄກສອນພົມວິຫານໄດ້ເປັນປະທານປະເທດຈົນເສຍຊີວິດເມື່ອວັນທີ່21 ພະຈິກຄ.ສ1992
• ປະຫວັດ:
ທ່ານ ໄກສອນ ພົມວິຫານ ຫຼື Nguyen Cai Song ເກີດເມື່ອວັນທີ່ 13 ທັນວາ 1920 ຢູ່ບ້ານນາເຊັງ ເມືອງຄັນທະບູລີ ປັດຈຸບັນແມ່ນເມືອງໄກສອນ ພົມວິຫານ ແຂວງສະຫວັນນະເຂດເປັນ ບຸດຂອງ ທ້າວລ້ວນ ຫຼື Nguyen Tri Loan ເປັນລັດຖະກອນແປພາສາ ທີ່ສຳນັກງານຜູ້ສຳເລັດຣາຊະການຝຣັ່ງ ປະຈຳແຂວງສະຫວັດນະເຂດ ເປັນ ຄົນລາວ ເສື້ອສາຍຫວຽດນາມ ທີ່ມີຄວາມຮັກຫອມປະເທດຊາດ ກັບ ນາງດົກ ແມ່ຄົນລາວ ເກີດທີ່ບ້ານ ນາແຊງ ເມືອງຄັນທະບູລີ (ເມືອງໄກສອນ ພົມວິຫານ) ແຂວງສະຫວັນນະເຂດ ສປປ ລາວ ມີນ້ອງສາວ 2 ຄົນຄື: ນາງສະຫວັນທອງ ແລະ ນາງແກ້ວມະນີ ເມື່ອອາຍຸ 7 ປີໄດ້ເຂົ້າໂຮງຮຽນປະຖົມພາສາລາວ ທີ່ບ້ານເໜືອ(ປັດຈຸບັນແມ່ນ ບ້ານໄຊຍະພູມ) ຕໍ່ມາເຂົ້າໂຮງຮຽນປະຖົມພາສາຝຣັ່ງທີ່ ບ້ານໃຕ້(ບ້ານທ່າແຮ່) ເມື່ອຮຽນຈົບຊັ້ນປະຖົມ ເມື່ອປີ ຄ.ສ 1934 ໄດ້ເຂົ້າຮຽນທີ່ໂຮງຮຽນ ວິທະຍາໄລໂປເຕັກໂຕຣາ (Lyceé du Protectorat) ທີ່ ຮ່າໂນ້ຍ ປະເທດຫວຽດນາມ ເມື່ອຮຽນຈົບວິທະຍາໄລ ໃນປີ ຄ.ສ 1942 ໄດ້ເສັງເຂົ້າຮຽນມະຫາວິທະຍາໄລ ໃນສາຂາວິຊາການແພດ ຕາມຄຳແນະນຳຂອງພໍ່ ແຕ່ເມື່ອໄດ້ຮຽນ ຍ້ອນວິຊາດັ່ງກ່າວບໍ່ຖືກກັບຄວາມມັກຂອງເພິ່ນ ຈຶ່ງໄດ້ປ່ຽນມາຮຽນ ວິຊາກົດໝາຍແທນ.
ປີ ຄ.ສ 1944 ທ່ານໄກສອນໄດ້ເຂົ້າເປັນສະມາຊິກຂອງສະມາຄົມໄວໜຸ່ມກູ້ຊາດຫວຽດມິນ ທ່ານໄດ້ຮ່ວມກິດຈະກຳຂອງສະມາຄົມຢ່າງຫຼວງຫຼາຍ ເຮັດໃຫ້ທ່ານໄດ້ຮຽນຮູ້ການເຄື່ອນໄຫວຂອງຫວຽດມິນ ທ່ານໄກສອນ ພົມວິຫານ ບໍ່ພຽງແຕ່ເປັນຄົນທີ່ຮັກຊາດ ທີ່ມີສະຕິຕື່ນຕົວແລ້ວເທົ່ານັ້ນ ແຕ່ຫາກຍັງມີແນວຄິດປະຕິວັດອີກດ້ວຍ.
ຄ.ສ 1945 ສະພາບການຂອງໂລກໄດ້ຜັນປ່ຽນໄປຢ່າງໄວວາ ແລະ ສົ່ງຜົນກະທົບໂດຍກົງຕໍ່ຊະຕາກຳຂອງບັນດາປະຊາຊາດອິນດູຈີນ ຕົ້ນເດືອນ ມີນາ ຄ.ສ 1945 ສູນກາງພັກກອມມູນິດອິນດູຈີນໄດ້ຈັດກອງປະຊຸມຂື້ນ ເພື່ອກະກຽມເງື່ອນໄຂອັນຈຳເປັນໃຫ້ແກ່ການລຸກຮືຂື້ນຍຶດອຳນາດການປົກຄອງ ເອົາເອກະລາດແຫ່ງຊາດ ມາໃຫ້ບັນດາປະເທດໃນອິນດູຈີນ
ໃນວັນທີ 9 ພຶດສະພາ ຄ.ສ 1945 ກອງທັບແດງໂຊຫວຽດ ໄດ້ຮັບໄຊຊະນະກອງທັບຟາຊິດເຢຍລະມັນ ເຮັດໃຫ້ເປັນໂອກາດອັນອຳນວຍສຳລັບການລຸກຮືຂື້ນຍຶດອຳນາດໄດ້ເກີດຂື້ນສຳລັບປະຊາຊົນໃນແຫຼມອີນດູຈີນ ປະທານ ໄກສອນ ເຊິ່ງຫາກໍມາຮອດສະຫວັນນະເຂດ ໄດ້ເຄື່ອນໄຫວຄົ້ນຫາຜູ້ທີ່ຮັກຊາດ ໃນຂະບວນການລາວອິດສະຫຼະ ທັງດຳເນີນການປຸກລະດົມ ແລະ ຈັດຕັ້ງຊາວໜຸ່ມລາວ ແລະ ຫວຽດນາມຕ່າດ້າວເຂົ້າຮ່ວມໃນຂະບວນການຕໍ່ສູ້ ຍຶດອຳນາດທີ່ສະຫວັນນະເຂດ
ຕາມບົດຮຽນຂອງ ທ່ານ ສີຊະນະ ສີສານ ເຊິ່ງເປັນຜູ້ໜຶ່ງທີ່ໄດ້ເຂົ້າຮ່ວມໃນຂະບວນການນັ້ນໃຫ້ຮູ້ວ່າ "ໃນຂະນະນັ້ນ ສະຫາຍ ໄກສອນ ພ້ອມດ້ວຍຄະນະຜູ້ແທນແຂວງສະຫວັນນະເຂດ ໄດ້ໄປຫາພວກຍີ່ປຸ່ນ ແລະ ທ້ວງໃຫ້ຍີ່ປຸ່ນມອບອຳນາດໃຫ້ແກ່ຄົນລາວ ໃນທີສຸດໃນວັນທີ 31 ສິງຫາ ຄ.ສ 1945 ພວກຍີ່ປຸ່ນກໍໄດ້ຍອມມອບປືນ 120 ກະບອກ ພ້ອມດ້ວຍລູກປືນຫຼາຍຫີບໃຫ້ແກ່ຊາວແຂວງສະຫວັນນະເຂດ ກອງກຳລັງປະກອບອາວຸດຂອງປະຊາຊົນໄດ້ຮັບການຈັດຕັ້ງຂື້ນທັນທີ ແລະ ພ້ອມກັນນັ້ນ ປະທານ ໄກສອນ ແລະ ຜູ້ຂຽນ (ທ່ານສີຊະນະ ສີສານ) ກໍໄດ້ພາກັນອອກໄປບ້ານບອກໃຫ້ບັນດາກຳລັງປະກອບອາວຸດ "ລາວອິດສະຫຼະ" ເຂົ້າມາສະຫວັນນະເຂດ ເພື່ອສົມທົບກັບກຳລັງປະກອບອາວຸດປະຊາຊົນ ທີ່ໄດ້ຈັດຕັ້ງຂື້ນໄວ້ກ່ອນໜ້າແລ້ວ ໃຫ້ເປັນກຳລັງປະກອບອາວຸດອັນດຽວກັນ ພາຍຫຼັງທີ່ການຍຶດອຳນາດຮຽບຮ້ອຍແລ້ວ ທ່ານ ໄກສອນ ພົມວິຫານ ກໍໄດ້ຮັບຜິດຊອບພະແນກຖະແຫຼງຂ່າວຂອງແຂວງສະຫວັນນະເຂດ
ວັນທີ 9 ກັນຍາ 1945 ພວກທະຫານຝຣັ່ງໄດ້ເປີດບັ້ນບຸກໂຈມຕີເຂົ້າຕົວເມືອງ ຂອງແຂວງສະຫວັນນະເຂດ ພວກເຂົາໄດ້ຖືກຕອບໂຕ້ຄືນຢ່າງແຂງແຮງ ຈາກກຳລັງ ປະກອບອາວຸດປະຊາຊົນ ຕັ້ນເດືອນຕຸລາ 1945 ທ່ານໄດ້ເປັນເຈົ້າການໃນການເຄື່ອນໄຫວປຸກລະດົມ ແລະ ຈັດຕັ້ງມວນຊົນຊາວສະຫວັນນະເຂດ ເກືອບ 2.000 ຄົນ ເຂົ້າຮ່ວມໃນພິທີຕ້ອນຮັບ ທ່ານ ສຸພານຸວົງ ທີ່ໄດ້ເດີນທາງມາຈາກປະເທດຫວຽດນາມ ຜ່ານສະຫວັນນະເຂດ ເພື່ອໄປເຂົ້າຮ່ວມຄະນະລັດຖະບານລາວອິດສະຫຼະ ທີ່ນະຄອນຫລວງວຽງຈັນ
ຮອດເດືອນທັນວາ 1945 ທ່ານໄດ້ອອກເດີນທາງຈາກສະຫວັນນະເຂດ ໄປ ຮ່າໂນ້ຍ ເພ່ືອລວບລວມຄົນລາວທີ່ອາໄສຢູ່ໃນ ຫວຽດນາມເຂົ້າຮ່ວມການຕໍ່ສູ້ ຕອນທີ່ ທ່ານຢູ່ ຮ່າໂນ້ຍ ທ່ານໄດ້ທີ່ສະຖານີວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວ ເຮັດໜ້າທີ່ຂຽນບົດຂ່າວໂຄສະນາ ຂຽນບົດວິຈານ ແປຂ່າວ ຈາກພາສາຫວຽດນາມ ແລະ ພາສາຝຣັ່ງ ມາເປັນ ພາສາລາວ ບາງເທື່ອທ່ານ ຍັງໄດ້ເປົ່າ ແຄນອອກທາງວິທະຍຸກະຈາຍສຽງອີກ ໃນລະຫວ່າງເດືອນມີນາ ຫາ ເດືອນທັນວາ 1946 ປະທານໄກສອນ ໄດ້ເຂົ້າຮ່ວມເຮັດວຽກໃນຄະນະຕິດຕໍ່ລາວ-ຫວຽດນາມ ທີ່ຮ່າໂນ້ຍ ອົງການນີ້ເປັນອົງການທີ່ລວບລວມເອົາ ຄົນລາວທີ່ຢູ່ຮ່າໂນ້ຍ ແລະ ແຂວງຕ່າງໆ ຂອງຫວຽດນາມ ເພື່ອຈັດຕັ້ງອົງການກູ້ຊາດຂອງລາວ ທີ່ຢູ່ຫວຽດນາມ ຫຼື ອົບພະຍົບໄປຫວຽດນາມ
ປະທານໄກສອນ ໃນຍຸກຕໍ່ສູ້ກັບພວກລ່າເມືອງຂື້ນທັງແບບເກົ່າ ແລະ ໃໝ່ ຮ່ວມກັບຜູ້ນຳທ່ານອື່ນໆ ໄດ້ແກ່ ປະທານສຸພານຸວົງ ປະທານໜູຮັກ ປະທານຄຳໄຕ ສີພັນດອນ. ປະທານໄກສອນ ເປັນຜູ້ນຳໃນການຕໍ່ສູ້ທາງການທະຫານ ເຂົ້າມາໃນພາລະກິດປົດປ່ອຍຊາດ ໂດຍໃຊ້ຍຸດທະວິທີ "ບົວບໍ່ໃຫ້ຊ້ຳ ນ້ຳບໍ່ໃຫ້ຂຸ່ນ" ສ້າງຕັ້ງພັກປະຊາຊົນລາວ ໂດຍທ່ານ ເປັນເລຂາທິການໃຫຍ່ຂອງພັກຜູ້ທຳອິດ ໂດຍໃນຊ່ວງນັ້ນພັກດຳເນີນໄປຢ່າງປິດລັບ ໂດຍແນວລາວສ້າງຊາດ ເປັນຕົວແທນໃຫ້ກັບພັກ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ຈົນປະກາດສະຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເມື່ອວັນທີ 2 ທັນວາ ຄ.ສ 1975 ພັກຈຶ່ງດຳເນີນງານຢ່າງເປີດເຜີຍ ສະນັ້ນ ທ່ານຄືຜູ້ນຳທີ່ແທ້ຈິງຂອງພັກ ທ່ານດຳລົງຕຳແໜ່ງຈົນເຖິງ ແກ່ມໍລະນະກຳ ເມື່ອປີ ຄ.ສ 1992
สมัครสมาชิก:
ส่งความคิดเห็น (Atom)
ไม่มีความคิดเห็น:
แสดงความคิดเห็น